M.Design

Create images. Build brands. Grow business.

ຊົມຜົນງານຂອງພວກເຮົາ

ກ່ຽວກັບພວກເຮົາ

ພວກເຮົາສ້າງຮູບພາບ ທີ່ຊ່ວຍໃຫ້ແບຣນຂອງທ່ານເຕີບໂຕ

MDESIGN ແມ່ນສະຕູດິໂອຖ່າຍຮູບ ແລະ ສ້າງສັນຄອນເທັນ ຕັ້ງຢູ່ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ ພ້ອມປະສົບການຫຼາຍກວ່າ 10 ປີ ໃນດ້ານການຖ່າຍຮູບ, ການຜະລິດສື່ ແລະ ວຽກສ້າງສັນ.

ພວກເຮົາຊ່ຽວຊານດ້ານ ການຖ່າຍຮູບອາຫານ, ການຖ່າຍຮູບສິນຄ້າ, ການຖ່າຍຮູບເພື່ອການໂຄສະນາ ແລະ ການຜະລິດຄອນເທັນສ້າງສັນ ໂດຍຮ່ວມງານກັບຮ້ານອາຫານ, ຄາເຟ, ໂຮງແຮມ, ທຸລະກິດ ແລະ ແບຣນຕ່າງໆ.

ທີ່ MDESIGN ພວກເຮົາເຊື່ອວ່າ ຮູບພາບທີ່ດີ ບໍ່ແມ່ນພຽງແຕ່ຮູບທີ່ສວຍງາມ ແຕ່ຮູບພາບຕ້ອງສາມາດສື່ສານຄຸນຄ່າຂອງສິນຄ້າ, ສ້າງຄວາມໜ້າເຊື່ອຖື, ສ້າງພາບຈື່ຈຳໃຫ້ກັບແບຣນ ແລະ ຊ່ວຍໃຫ້ລູກຄ້າຕັດສິນໃຈຊື້ໄດ້ງ່າຍຂຶ້ນ.

ຕັ້ງແຕ່ການຄິດ Concept, ການຈັດ Styling, ການຖ່າຍຮູບ, Retouch ຈົນເຖິງການສ້າງ Content ສຳເລັດຮູບ ພວກເຮົາໃຫ້ຄວາມສຳຄັນກັບທຸກລາຍລະອຽດ ເພື່ອໃຫ້ຜົນງານສາມາດນຳໄປໃຊ້ໄດ້ຈິງກັບ ເມນູ, ສື່ໂຄສະນາ, Social Media, Website, E-commerce ແລະ Marketing Campaigns.

ນອກຈາກວຽກຖ່າຍຮູບເຊີງການຄ້າແລ້ວ MDESIGN ຍັງໃຫ້ບໍລິການ ເຊົ່າສະຕູດິໂອ, Creative Production ແລະ Photography Workshop ເພື່ອແບ່ງປັນຄວາມຮູ້, ເຕັກນິກ ແລະ ປະສົບການຈາກການເຮັດວຽກຈິງ ໃຫ້ກັບຊ່າງພາບ, Content Creator ແລະ ເຈົ້າຂອງທຸລະກິດ.

ພວກເຮົາປະສົມປະສານ Photography, Creativity, Technology ແລະ AI ເຂົ້າດ້ວຍກັນ ເພື່ອສ້າງຜົນງານທີ່ທັນສະໄໝ ແລະ ຕອບໂຈດການສື່ສານຂອງທຸລະກິດໃນຍຸກປັດຈຸບັນ.

MDESIGN

Photography • Creative • Studio • Education

Based in Vientiane, Laos

M.Design Signature

Service Package

ຜົນງານເດັ່ນ

ບາງບັນຍາກາດຈາກຜົນງານທີ່ຜ່ານມາ.

ເບິ່ງອັນລະບຳທັງໝົດ →